
ການໃຊ້ງານ .env (Environment Variables) ໃນ ViteJS
/ 1 min read
Table of Contents
ການໃຊ້ງານ .env ໃນ ViteJS
ມື້ນີ້ຊິມາແນະນຳການໃຊ້ງານ file .env ໃນໂປຼເຈັກ ViteJS.
ຖ້າວ່າເຮົາມີການໃຊ້ external APIs ເພື່ອເຊື່ອມຕໍ່ກັບແອັບພິເຄຊັນເຊັ່ນໃຊ້ Firebase ເຮົາກໍຄວນທີ່ຈະເກັບ API Key ເຊິ່ງເປັນຂໍ້ມູນທີ່ສຳຄັນໄວ້ໃນ .env ເຊິ່ງການຈັດເກັບແບບນີ້ຊ່ວຍໃຫ້ເຮົາເອີ້ນໃຊ້ Key ທີ່ຕ້ອງການໄດ້ທຸກ file ຂອງ ໂປຼເຈັກ ເມື່ອຕ້ອງການປ່ຽນແປງຂໍ້ມູນກໍງ່າຍບໍ່ຈຳເປັນຕ້ອງໄປໄລ່ປ່ຽນທຸກບ່ອນ ແປງຢູ່ .env ບາດດຽວຈົບ.