skip to content
xiengperm logo xiengperm
ແບບຟອມເອກະສານ ຊີວະປະຫວັດຫຍໍ້ ພ້ອມຮູບຕົວຢ່າງແບບຟອມ ແລະ ປ້າຍ NEW

ແບບຟອມ ຊີວະປະຫວັດຫຍໍ້ ສະບັບໃໝ່

/ 1 min read

Table of Contents

ແບບຟອມ ຊີວະປະຫວັດຫຍໍ້ ສະບັບໃໝ່ ທີ່ມີ ຄະນະກຳມະການປົກຄອງຕາແສງສີວິໄລ ຢູ່ບ່ອນລາຍເຊັນຢັ້ງຢືນ ເອົາມາແບ່ງປັນໄວ້ເປັນແນວທາງ ໃຫ້ເບິ່ງກ່ອນວ່າຕ້ອງກຽມຂໍ້ມູນຫຍັງແດ່ ມີທັງໄຟລ໌ PDF ແລະ ໄຟລ໌ Word ທັງພາສາລາວ ແລະ ພາສາອັງກິດ

ໝາຍເຫດ: ແບບຟອມນີ້ເປັນພຽງ ແນວທາງ ແລະ ຕົວຢ່າງ ເທົ່ານັ້ນ ຖ້າຈະນຳໃຊ້ເປັນທາງການ ເຊັ່ນ ຍື່ນເຂົ້າວຽກ ຫຼື ຍື່ນໃຫ້ພາກລັດ ຕ້ອງໄປຂໍແບບຟອມຈາກຫ້ອງການຕາແສງໂດຍກົງ ເພາະເອກະສານທາງການຕ້ອງມີ ກາຈ້ຳ ແລະ ລາຍເຊັນຢັ້ງຢືນຂອງຕາແສງ

ດາວໂຫລດແບບຟອມ

ພາສາລາວ

ພາສາອັງກິດ (Brief Biography)

ສະບັບແປເປັນພາສາອັງກິດ ຮູບແບບດຽວກັນ ໄວ້ໃຊ້ເປັນແນວທາງ ເວລາຕ້ອງການກຽມເອກະສານເປັນພາສາອັງກິດ

ຕົວຢ່າງແບບຟອມ

ຕົວຢ່າງແບບຟອມ ຊີວະປະຫວັດຫຍໍ້ ມີສາມພາກ ສະພາບຕົນເອງ ການເຄື່ອນໄຫວ ແລະ ສະພາບຄອບຄົວ ພ້ອມບ່ອນລາຍເຊັນ ຕາງໜ້າ ຄະນະກຳມະການປົກຄອງຕາແສງສີວິໄລ ຕົວຢ່າງແບບຟອມ ສະບັບພາສາອັງກິດ Brief Biography ຮູບແບບດຽວກັບສະບັບພາສາລາວ

ແບບຟອມມີ 3 ພາກ

  1. ສະພາບຕົນເອງ ຊື່ ວັນເດືອນປີເກີດ ບ້ານເກີດ ບັດປະຈຳຕົວ ການສຶກສາ ອາຊີບ ແລະ ບ່ອນຢູ່ປະຈຸບັນ
  2. ການເຄື່ອນໄຫວຂອງຕົນ ຕັ້ງແຕ່ອາຍຸ 8 ປີ ເຖິງປະຈຸບັນ
  3. ສະພາບຄອບຄົວ ຂໍ້ມູນພໍ່ ແມ່ ແລະ ອ້າຍ ເອື້ອຍ ນ້ອງ

ຂໍ້ຄວນຮູ້

  • ແບບຟອມ 1 ໜ້າ ຂະໜາດເຈ້ຍ A4
  • ໄຟລ໌ Word ໃຊ້ຟອນ Phetsarath OT ຖ້າເຄື່ອງຍັງບໍ່ມີຟອນນີ້ ໂຕໜັງສືອາດສະແດງຜິດ ໃຫ້ຕິດຕັ້ງຟອນກ່ອນ ຫຼື ໃຊ້ໄຟລ໌ PDF ແທນ
  • ໃຊ້ແບບຟອມນີ້ຝຶກຂຽນ ຫຼື ກຽມຂໍ້ມູນໄວ້ກ່ອນ ສ່ວນສະບັບທີ່ຈະຍື່ນແທ້ ໃຫ້ຂໍຈາກຫ້ອງການຕາແສງ ເພື່ອໃຫ້ມີກາຈ້ຳ ແລະ ລາຍເຊັນຢັ້ງຢືນຢ່າງຖືກຕ້ອງ
  • ຂຽນຂໍ້ມູນໃຫ້ຖືກຕ້ອງຕາມຄວາມຈິງ
// ─────

Share this post:

ก๊อปคำบรรยายแล้ว — วางในช่อง Facebook ได้เลย

Related Posts